Vibes

演唱:Thinlamphone、Zamio P
ຮອດແລ້ວອັນທີ່ສົມຄວນ ຮີບມາມ່ວນມາມ່ວນແມະສູ.. ເຂົ້າມາຕຳຈອກນຳແນ່ເຂົ້າມາແວ່ມາແວ່ແມະສູ.. ກິນແລ້ວກະຟ້ອນໄປນຳຂໍຫມໍລຳຫມໍລຳແນ່ດູ.. ຮອດເວລາທີ່ຕ້ອງມ່ວນກະມ່ວນມາມ່ວນໃຫ້ສຸດ
ເງິນຄຳກຳແກ້ວ ແມ່ເຮົາເຄີຍສອນເຮົາເລີຍກຳແຕ່ແກ້ວ ມື້ນີ້ບ້ານເຮົາມີງານເຮົາມາສະຫລອງ ຮ້ອງເພງນຳກັນຢ່າຄາແຕ່ຍາກນຳຜົວຜູ້ໃດມີຜົວກະເອົາມານຳ ..
ຍົກໆທະແມ້ ຍົກໝົດຈອກທະແມ້
ຄໍແຂງຂອງແທ້ ໃຜເມົາກ່ອນຄືແພ້
ບໍ່ມີຂໍ້ແມ້ ຢ່າມາເຮັດໂຕອ່ອນແອ
ເຄື່ອງດື່ມແລະຂອງແກ້ມທຸກຢ່າງພ້ອມຮອດແລງ
ມາໆເມົາມາມ່ວນມາມັນມາກີນມາຫລີ້ນນຳກັນ
ມາສ້າງຄວາມເຮຮາສ້າງໄມຕີແລະສ້າງຄວາມສຳພັນ
ປ່ອຍຫົວໃຈໃຫ້ມັນບັນເລງໄປກັບສຽງເພງທຸກວັນ
Yeah nothing wrong nothing wrong we're just having fun
Morlum:
ຮືຍຢະໆ ຮືຍຢະຮືຍຢະຮືຍຢາ…..
ອັນວ່າອັນວ່າສຸລາເຫຼົ້າຫມາກິນຫມາກະເລົ່າ (ເຮີ້ຍບໍ່ແມ່ນ)
ອັນວ່າສຸລາເຫຼົ້າໃຜເມົາໃຜກະມ່ວນເດ້ນໍ້..ຟ້ອນໃສ່ກັນຢູ່ທ້ວນໆ ໆ ຈົນໄງ່ງ່ອງຕະລ່າງເຮືອນ ..
(ຮືຍຢະ ຮືຍຢະ ຮືຍຢະ ຮືຍຢາ …)
Zamiop:
From the sky melody ມັນໄຫຼເຂົ້າມາ
Get high ທ່ວງທຳນອງໃຫ້ໂຍກໄປຕາມ
ຂ້າງກາຍ ຍັງມີເພື່ອຮ່ວມອຸດົມການ
Don’t be shy ເຮັດຕາມໃຈທີ່ເຮົາຕ້ອງການ
ເຕັມ speed!! ໃຊ້ຊີວິດໃຫ້ເກີນ Limit
Unlimited ເຮົາມາໄກ ເກີນກວ່າທີ່ໄດ້ຄິດ
ເຈົ້າມີສິດຊີວິດຢ່າໃຫ້ໃຜມາຂີດ
ໂຍກຕາມທຳນອງ ປ່ອຍມັນໄປບໍ່ມີດອກຄຳວ່າຜິດ
Thinlamphone :
ເມົາໃຫ້ມັນສຸດໃຫ້ມັນລອຍ ໃຫ້ມັນຫຼຸດ
ຈັດໃຫ້ມັນສຸດໆແລ້ວຈັ່ງຢຸດຕອນບໍ່ໄຫວ
ຖ້າບໍ່ມີເພງບໍ່ມີງານ ເຮົາບໍ່ຢູ່
ບໍ່ມີໝູ່
ບໍ່ມີຄູ່
ບໍ່ມີເມົາເຮົາບໍ່ໄປ
ຍັກຄີ້ວໃສ່ໝູ່ແລ້ວກະບອກ Pour it up
2-3-4 ລັງ yeah I can't get enough
ເບີດແລ້ວກະເຕີມ Can you fill me the cup
ຖ້າຍັງບໍ່ພໍ you can pour in the jugs

你可能喜欢